ອົງການສະຫະປະຊາຊາດ ປະຈຳ ສປປ ລາວ ໃຫ້ການຊ່ວຍເຫຼືອປະຊາຊົນຫຼາຍພັນຄົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມສຸຢູ່ພາກໃຕ້ຂອງ ສປປ ລາວ
ນະຄອນຫຼວງວຽງຈັນ, 13 ສິງຫາ 2018 - ໃນຂະນະທີ່ປະຕິບັດການການກູ້ໄພຍັງສືບຕໍ່ດຳເນີນຢູ່ໃນບ້ານທີ່ຖືກນໍ້າຖ້ວມ ຢູ່ແຂວງອັດຕະປື ທີ່ຢູ່ພາກໃຕ້ຂອງ ສປປ ລາວ, ອົງການເຄືອຂ່າຍ ສປຊ ກຳລັງເຮັດວຽກຮ່ວມກັບລັດຖະບານ ແລະ ຄູ່ຮ່ວມມືດ້ານມະນຸດສະທຳ ເພື່ອຊ່ວຍເຫຼືອດ້ານນໍ້າສະອາດ, ອາຫານ, ສະຖານທີ່ພັກເຊົາຊົ່ວຄາວ ແລະ ການແພດ ແກ່ປະຊາຊົນ 13,000ຄົນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ.
ເພື່ອແກ້ໄຂຄວາມຕ້ອງການອັນຮີບດ່ວນ, ທີມຊ່ວຍເຫຼືອດ້ານມະນຸດສະທຳ ປະຈຳ ສປປ ລາວ ໄດ້ ມີການດຳເນີນວຽກງານຢູ່ 8 ກຸ່ມບຸລິມະສິດ ຄື ກຸ່ມວຽກງານນໍ້າສະອາດ, ສຸຂາພິບານ ແລະ ສຸຂະອະນາໄມ, ສຸຂະພາບ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພສະນາການ, ທີ່ພັກອາໄສ, ການປົກປ້ອງ, ການສຶກສາ, ການຂົນສົ່ງ ແລະ ການຟື້ນຟູເບື້ອງຕົ້ນ. ເພື່ອດຳເນີນວຽກງານການຕອບສະໜອງຕໍ່ໄພພິບັດດັ່ງກ່າວ, ກຸ່ມເຫຼົ່ານີ້ ໄດ້ມີການປະສານງານກັບພາກສ່ວນກ່ຽວຂ້ອງ ລວມມີ ລັດຖະບານ, ອົງການເຄືອຂ່າຍ ສປຊ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ຜູ້ໃຫ້ທຶນ ແລະ ຄູ່ຮ່ວມມືອື່ນໆ.
ອົງການສະປະຊາຊາດ ປະຈຳ ສປປ ລາວ ໂດຍການປະສານງານຢ່າງໃກ້ຊິດກັບລັດຖະບານ ຈະສຶືບຕໍ່ສະໜອງອາຫານ ແລະ ບໍ່ແມ່ນອາຫານ ເປັນຕົ້ນແມ່ນ ເຄື່ອງໃຊ້ສຳລັບເລື່ອງນໍ້າສະອາດ, ສຸຂາພິບານ ແລະ ສຸຂະອະນາໄມ, ນໍ້າກັອກ, ໂປ້ມນໍ້າ, ເຕັ້ນ, ມຸ້ງກັນຍຸງ ແລະ ອຸປະກອນການແພດ ໃຫ້ແກ່ປະຊາຊົນຫຼາຍກວ່າ 6,000 ຄົນ ທີ່ໄດ້ຮັບຜົນກະທົບທີ່ກຳລັງອາໄສຢູ່ໃນແຄ້ມ. ແຜນຕອບໂຕ້ໄພພິບັດຮ່ວມໄດ້ຮັບການສ້າງຂຶ້ນໂດຍທີມຊ່ວຍເຫຼືອດ້ານມະນຸດສະທຳ ປະຈຳປະເທດ ແລະ ໄດ້ນໍາສະເໜີຕໍ່ລັດຖະບານ ເຊິ່ງຜູ້ໃຫ້ທຶນກໍ່ໃຫ້ໃຫ້ທຶນເປັນທີ່ຮຽບຮ້ອຍແລ້ວ.
ທ່ານ ຄໍາແພງ ໄຊສົມແພງ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ກ່າວພາຍຫຼັງໄດ້ຮັບຟັງການສະເໜີ ແຜນໂຄງການຊ່ວຍເຫຼືອສຸກເສີນ, ໄລຍະກາງ ແລະ ໄລຍະຍາວ ຈາກທ່ານາງ ຄາຮີນາ ອິມໂມເນັມ ວ່າ: ແຜນໂຄງການດັ່ງກ່າວແມ່ນມີຄວາມສຳຄັນ ແລະ ຈຳເປັນທີ່ສຸດ ແລະ ບັນດາຂະແໜງການຂອງລັດກໍພ້ອມແລ້ວ ໃນການຮ່ວມມືຈັດຕັ້ງປະຕິບັດໂຄງການຕາມທີ່ສະເໜີ, ພ້ອມນີ້ຮຽກຮ້ອງໃຫ້ ອົງການຈັດຕັ້ງສາກົນຕ່າງໆ ຈົ່ງໃຫ້ການຊ່ວຍເຫຼືອ ຊອກທຶນຮອນສຸມເຂົ້າໃນການແກ້ໄຂໄພພິບັດຄັ້ງນີ້.
ພະນັກງານອົງການສະຫະປະຊາຊາດ ກອງທຶນສຳລັບເດັກ ກຳລັງກວດກາການຂາດສານອາຫານຂອງເດັກອົບພະຍົກ. ຮູບພາບ: Unicef Laos
ດັ່ງທີ່ລັດຖະບານໄດ້ສະແດງອອກຢູ່ໃນພິທີຖະແຫຼງຂ່າວເມື່ອບໍ່ດົນມານີ້, ມີ 4 ວຽກບູລິມະສິດທີ່ຍັງຕ້ອງການການສະໜັບສະໜຸນ ຄື: ການຄົ້ນຫາຜູ້ສູນຫາຍ ແລະ ການກູ້ໄພ; ການຟື້ນຟູຖະໜົນຫົນທາງ ແລະ ຂົວທີ່ຖືກເສຍຫາຍ; ອາຫານ ແລະ ເຄື່ອງໃຊ້; ແລະ ອຸປະກອນ ແລະ ເຄື່ອງມືການແພດ ລວມທັງຢາກັນພະຍາດ ເພື່ອປ້ອງກັນການລະບາດຂອງພະຍາດ, ລົດສຸກເສີນ ແລະ ການຊ່ວຍເຫຼືອທາງດ້ານຈິດໃຈ.
“ບຸລິມະສິດຂອງອົງການສະຫະປະຊາຊາດ ແມ່ນໃຫ້ການຊ່ວຍເຫຼືອອັນຮີບດ່ວນໃນສະຖານະການສຸກເສີນ ເພື່ອແກ້ໄຂຄວາມຕ້ອງການຂອງປະຊາຊົນທີ່ໄດ້ຮັບຜົນກະທົບ ໃນຂະນະດຽວກັນກໍ່ເຮັດວຽກວາງແຜນການຮັບມືໃນໄລຍະກາງ ແລະ ໄລຍະຍາວ. ພວກເຮົາໄດ້ມີການສ້າງແຜນຕອບໂຕ້ໄພພບັດ ທີ່ເນັ້ນໃສ່ຄວາມພະຍາຍາມໃນການໃຫ້ການຊ່ວຍເຫຼືອທັນທີ ແລະ ການຟື້ນຟູເບື້ອງຕົ້ນ ຂອງທີມຊ່ວຍເຫຼືອມະນຸດສະທຳ ເພື່ອໃຫ້ການຊ່ວຍເຫຼືອລັດຖະບານແຫ່ງ ສປປ ລາວ ແລະ ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ.” ກ່າວໂດຍ ທ່ານນາງ ຄາຣິນາ ອິມໂມເນັນ, ຜູ້ປະສານງານອົງການຫະປະຊາຊາດ ປະຈຳ ສປປ ລາວ.
ພະນັກງານ ສປຊ ຈຳນວນ 30 ຄົນ ຈາກ 8 ອົງການ ກຳລັງໃຫ້ການຊ່ວຍເຫຼືອໃນເຂດທີ່ໄດ້ຮັບຜົນກະທົບ. ທີມງານຊ່ຽວຊານຈາກສຳນັກງານໃຫຍ່ ແລະ ຫ້ອງການປະຈຳພາກພື້ນ ທີ່ມີຄວາມຊຳນານໃນການປະເມີນສະຖານະການສຸກເສີນ, ການປະເມີນເບື້ອງຕົ້ນຢ່າງຮີບດ່ວນ, ການສະໜັບສະໜຸນດ້ານການຂົນສົ່ງ, ການສື່ສານດ້ານຄວາມສ່ຽງ, ການຄຸ້ມຄອງການເຄື່ອນຍ້າຍປະຊາຊົນ, ການປະສານງານເລື່ອງສຸຂະພາບ ແລະ ທີ່ພັກອາໄວຊົ່ວຄາວ ກໍ່ໄດ້ມາຮອດແລ້ວເຊັ່ນດຽວກັນ.
ພາຍຸເຊິນຕິນ ໄດ້ເຮັດໃຫ້ເກີດຝົນຕົກໜັກໃນ 13 ແຂວງ ແລະ ນໍ້າຖ້ວມສຸຢ່າງທີ່ບໍ່ເຄີຍມີມາກ່ອນ ຢູ່ແຂວງອັດຕະປື ທີ່ເປັນໂສກນາດຕະກຳລະດັບຊາດທີ່ໃຫຍ່ຫຼວງທີ່ສຸດໃນປະຫວັດສາດໃນຍຸກປະຈຸບັນຂອງ ສປປ ລາວ.
ຂໍມູນເພີ່ມຕື່ມ, ຕິດຕໍ່:
ທ່ານນາງ ມາເຣຍ ເຟີນານເດສ, ປະທານທີມສື່ສານໃນສະຖານະການສຸກເສີນ. ອີເມວ: This email address is being protected from spambots. You need JavaScript enabled to view it.; ໂທລະສັບ: +8562055519681.
ສົມລິດ ຄູນປະເສີດ, ຜູ້ຊ່ວຍດ້ານການສື່ສານ. ອີເມວ: This email address is being protected from spambots. You need JavaScript enabled to view it.; ໂທລະສັບ: +856 20 77 711874