INVALID1

ຮູບພາບ: UNDP Lao PDR

english button

ຫຼຸດຜ່ອນຄວາມບໍ່ສະເໝີພາບພາຍໃນ ແລະ ລະຫວ່າງປະເທດ

ການເຕີບໂຕຂອງ ສປປ ລາວ ໃນດ້ານການອຸປະໂພກ-ບໍລິໂພກ ໄດ້ສົ່ງຜົນປະໂຫຍດແກ່ປະຊາກອນກຸ່ມຮັ່ງມີຫຼາຍກວ່າກຸ່ມທຸກຍາກ ແລະ ມີຄວາມແຕກໂຕນກັນລະຫວ່າງຊົນນະບົດ ແລະ ຕົວເມືອງ. ຄວາມບໍ່ສະເໝີພາບເພີ່ມຂຶ້ນ ໂດຍສະເພາະຢູ່ໃນຕົວເມືອງ. ນະໂຍບາຍ ແລະ ມາດຕະການເພື່ອເພີ່ມການເຂົ້າເຖິງການບໍລິການ, ການທຳມາຫາກິນ ແລະ ຊັບພະຍາກອນຂອງກຸ່ມປະຊາກອນທີ່ມີຄວາມສ່ຽງທີ່ສຸດ ຕ້ອງມີຄວາມຊັດເຈນ ແລະ ເຂົ້າກັບກຸ່ມເປົ້າໝາຍຫຼາຍຂຶ້ນ. ນອກຈາກນີ້, ສປປ ລາວ ຕ້ອງຂະຫຍາຍລະບົບການປົກປ້ອງສັງຄົມໂດຍໄວ ເພື່ອຄຸ້ມຄອງໄປເຖິງກຸ່ມປະຊາກອນທີ່ທຸກຍາກ.

ການວິເຄາະຄວາມບໍ່ສະເໝີພາບໃນເຂດຊົນນະບົດ ແລະ ຕົວເມືອງ ຊີ້ໃຫ້ເຫັນວ່າ ຄວາມບໍ່ສະເໝີພາບໃນຊົນນະບົດລະຫວ່າງປິ 2007 ຫາ 2013 ໄດ້ຫຼຸດລົງ (ເນື່ອງຈາກການເຕີບໂຕຊ້າຂອງລາຍໄດ້ຂອງປະຊາກອນກຸ່ມຮັ່ງມີໃນຊົນນະບົດ). ເຖິງຢ່າງໃດກໍຕາມ, ຖືວ່າເປັນການຊົດເຊີຍຄວາມບໍ່ສະເໝີພາບທີ່ເພີ່ມຂຶ້ນໃນເຂດຕົວເມືອງ. ດັ່ງນັ້ນ, ຄວາມບໍ່ສະເໝີພາບຈິ່ງເພີ່ມຂຶ້ນ ພາຍໃນເຂດຕົວເມືອງ ແລະ ລະຫວ່າງຊົນນະບົດ ແລະ ຕົວເມືອງ. ເຖິງແມ່ນວ່າ ຄົນທຸກຍາກໃນ ສປປ ລາວ ຈະມີຊີວິດການເປັນຢູ່ທີ່ດີຂຶ້ນໃນສອງທົດສະຫວັດທີ່ຜ່ານມາ, ແຕ່ຄົນຮັ່ງມີແມ່ນໄດ້ຮັບຜົນປະໂຫຍດທີ່ສູງກວ່າໃນດ້ານອັດຕາສ່ວນ ແລະ ຄວາມຊັດເຈນ. ບົດລາຍງານຊີ້ໃຫ້ເຫັນວ່າ ຄວາມບໍ່ສະເໝີພາບທີ່ເພີ່ມຂຶ້ນ ເຮັດໃຫ້ການຫຼຸດຜ່ອນຄວາມທຸກຍາກມີຄວາມກ້າວໜ້າຊັກຊ້າ. ຖ້າຄວາມບໍ່ສະເໝີບໍ່ເພີ່ມຂຶ້ນ,​ ການຫຼຸດຜ່ອນຄວາມທຸກຍາກກໍຈະປະສົບຜົນສຳເລັດໃນລະດັບຊາດ.

ຄວາມແຕກໂຕນກັນລະຫວ່າງຊົນນະບົດ ແລະ ຕົວເມືອງ ຢູ່ທີ່ 18,6 ເປີເຊັນ. ອັດຕາຄວາມທຸກຍາກໃນເຂດຊົນນະບົດ ແມ່ນ 2,9 ເທົ່າໃນເຂດຕົວເມືອງ. ນັບແຕ່ສົກປີ 1992/93 ຫາສົກປີ 2007/08, ຄວາມທຸກຍາກໃນຊົນນະບົດໄດ້ເຫຼຸດລົງໄວກວ່າໃນຕົວເມືອງ. ເຖິງຢ່າງໃດກໍຕາມ, ໃນໄລຍະ 5 ປີ ແຕ່ສົກປິ 2007/08 ຫາສົກປີ 2012/13, ຄວາມທຸກຍາກໃນຊົນນະບົດໄດ້ຫຼຸດລົງຊ້າກວ່າ ( 9,8 ເປີເຊັນ), ໃນຂະນະທີ່ໃນຕົວເມືອງໄດ້ຫຼຸດລົງ 42,5 ເປີເຊັນ. ທ່າອ່ຽງນີ້ມີຄວາມກ່ຽວຂ້ອງກັບລາຄາຜົນຜະລິດດ້ານກະສິກຳ. 

ຄວາມກ້າວໜ້າໃນການຫຼຸດຜ່ອນຄວາມທຸກຍາກແມ່ນມີລະດັບແຕກຕ່າງກັນໂດຍອີງໃສ່ທີ່ຕັ້ງພູມສັນຖານ. ໜື່ງສ່ວນສາມຂອງປະຊາກອນທີ່ອາໄສຢູ່ເຂດພື້ນທີ່ສູງຊັນ ແມ່ນຍັງຢູ່ໃນກຸ່ມປະຊາກອນທີ່ທຸກຍາກ, ໃນຂະນະທີ່ຢູ່ພື້ນທີ່ທົ່ງພຽງ, ປະມານໜຶ່ງສ່ວນຫ້າຂອງປະຊາກອນ ແມ່ນຢູ່ໃນກຸ່ມປະຊາກອນທີ່ທຸກຍາກ (18,8 ເປີເຊັນ). 

ຊົນເຜົ່າ ແລະ ການສຶກສາ ມີບົດບາດຕັດສິນຄວາມທຸກຍາກ. ຊົນເຜົ່າລາວ-ໄຕ ເຊິ່ງເປັນຊົນເຜົ່າທີ່ມີການສຶກສາສູງສຸດ ມີອັດຕາຄວາມທຸກຍາກຕໍ່າທີ່ສຸດ ໃນສອງທົດສະຫວັດທີ່ຜ່ານມາ. ອັດຕາຄວາມທຸກຍາກຂອງຊົນເຜົ່າຈີນ-ທິເບດ ກໍໄດ້ຫຼຸດລົງຫຼາຍ (ຈາກ 42,2 ເປີເຊັນ ໃນສົກປີ 2007/8 ມາເປັນ 16,4 ເປີເຊັນ ໃນສົກປີ 2012/13), ແລະ ຈະທັນກັບຊົນເຜົ່າລາວ-ໄຕ (15,4 ເປີເຊັນ). ອັດຕາຄວາມທຸກຍາກຍັງສູງໃນບັນດາຊົນເຜົ່າມອນ-ຂະແມ ແລະ ມົ້ງ-ລູ ມຽນ ທີ່ 42,3 ເປີເຊັນ ແລະ 39,8 ເປີເຊັນຕາມລຳດັບ. ຊົນເຜົ່າມອນ-ຂະແມ ມີອັດຕາຄວາມທຸກຍາກສູງທີ່ສຸດ ແຕ່ວ່າຄວາມທຸກຍາກຫຼຸດລົງໄວກວ່າຊົນເຜົ່າມົ້ງ-ລູ ມຽນ. ການວິເຄາະຊີ້ໃຫ້ເຫັນວ່າ ລະດັບການສຶກສາທີ່ຕໍ່າຂອງຊົນເຜົ່າທີ່ບໍ່ແມ່ນລາວ-ໄຕ ກໍມີລັກສະນະແຕກຕ່າງກັນ. ອັດຕາຄວາມທຸກຍາກຕໍ່ຫົວຄົນແມ່ນສູງຫຼາຍໃນຄອບຄົວທີ່ມີຫົວໜ້າຄອບຄົວທີ່ບໍ່ມີການສຶກສາ (41,7 ເປີເຊັນ) ຫຼື ຈົບພຽງແຕ່ຂັ້ນປະຖົມສຶກສາ (32,4 ເປີເຊັນ). ຕາມຮີດຄອງປະເພນີຊົນເຜົ່າທີ່ບໍ່ແມ່ນລາວ-ໄຕ ອາໄສຢູ່ເຂດພື້ນທີ່ສູງຊັນ ຫຼື ເຂດຫ່າງໄກສອກຫຼີກ ທີ່ມີຄວາມຫຍຸ້ງຍາກໃນການເຂົ້າເຖິງ ແລະ ກາຍເປັນປັດໄຈສຳຄັນ ເນື່ອງຈາກວ່າ ທີ່ຕັ້ງ ແລະ ການເຂົ້າເຖິງ ມີຜົນກະທົບຕໍ່ກັບການສຶກສາ ແລະ ການທຳມາຫາກິນຂອງເຂົາເຈົ້າ.  

ນອກຈາກນັ້ນ, ຄວາມບໍ່ສະເໝີພາບລະຫວ່າງຍິງ-ຊາຍ ກໍຕ້ອງເຮັດໃຫ້ຫຼຸດລົງ. ການບັນລຸຄວາມສະເໝີພາບລະຫວ່າງຍິງ-ຊາຍຈະຕ້ອງປະຕິບັດ 3 ໜ້າວຽກສຳຄັນຄື: ໜຶ່ງ, ສ້າງຄວາມເຂັ້ມແຂງແກ່ວຽກງານການຕິດຕາມ ແລະ ການຈັດຕັ້ງປະຕິບັດກົດໝາຍ, ນະໂຍບາຍ ແລະ ມາດຕະການກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍໃນລະດັບຊາດ ແລະ ຍົກລະດັບບົດບາດທາງການເມືອງຂອງສະຖາບັນທີ່ກ່ຽວຂ້ອງກັບຄວາມສະເໝີພາບ. ສອງ, ໃຫ້ບຸລິມະສິດວຽກງານສ້າງຄວາມເຂັ້ມແຂງແກ່ແມ່ຍິງ ແລະ ເດັກຍິງ ໃນດ້ານຊັບພະຍາກອນ ແລະ ການວາງແຜນ. ຕົວຢ່າງ: ການປ້ອງກັນການຖືພາ ແລະ ການແຕ່ງງານກ່ອນໄວ ຂອງເດັກຍິງ, ການໃຫ້ການສຶກສາແກ່ເດັກຍິງ ແລະ ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຂອງແມ່ຍິງ. ສາມ, ຕ້ອງມີແຜນງານລວມເພື່ອຕໍ່ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ.

ຫຼຸດຜ່ອນຄວາມບໍ່ສະເໝີພາບ ແມ່ນເປົ້າໝາຍໜຶ່ງທີ່ນອນຢູ່ໃນ 17 ເປົ້າໝາຍການພັດທະນາແບບຍືນຍົງ ປີ 2030. ວິທີການຈັດຕັ້ງປະຕິບັດແບບປະສົມປະສານ ແມ່ນມີຄວາມສຳຄັນສຳລັບຄວາມຄືບໜ້າຂອງຫຼາຍເປົ້າໝາຍ. ຕິດຕາມເພີ່ມຕື່ມກ່ຽວກັບເປົ້າໝາຍທີ 10 ແລະ ຄາດຄະເນຜົນໄດ້ຮັບ

Lao PDR then & now

Laos CountryStory

The Global Partnership for Effective Development Cooperation commends Lao PDR’s partnership mechanisms for more effective development co-operation.

Look at our photo stories

Exposure screenshot resized

Read our new brochure