LAoSDG18 UXO FINALRED Large

LZ4I4005 copy right Joseph Wenkoff

ຮູບພາບ: UNDP Lao PDR/Joseph Wenkoff

english button

ຮັບປະກັນສະພາບແວດລ້ອມໃຫ້ມີຄວາມປອດໄພ ໂດຍການເກັບກູ້ລະ ເບີດບໍ່ທັນແຕກ ແລະ ການໂຄສະນາສຶກສາຄວາມສ່ຽງໃຫ້ກັບປະຊາຊົນ

ສປປ ລາວ ມີລັກສະນະພິເສດຄື ເປັນໜຶ່ງໃນປະເທດທີ່ຖືກຖິ້ມລະເບີດໃສ່ຫຼາຍທີ່ສຸດໃນໂລກ. ນັບແຕ່ປີ 1964 ຫາປີ 1973, ໃນໄລຍະສົງຄາມອິນໂດຈີນຄັ້ງທີສອງ ທີ່ເປັນທີ່ຮູ້ຈັກດີສຳລັບປະຊາຊົນລາວ, ສປປ ລາວ ໄດ້ຮັບຄວາມເດືອດຮ້ອນຈາກຕໍ່ສູ້ພາກພື້ນດິນທີ່ຮຸນແຮງ ພ້ອມກັບການໂຈມຕີທາງອາກາດບາງສ່ວນທີ່ໜັກໜ່ວງທີ່ສຸດປະຫວັດສາດໂລກ.  ໃນໄລຍະນີ້, ພາລະກິດຖິ້ມລະເບີດຫຼາຍກວ່າ 500,000 ຖ້ຽວ ໄດ້ຖິ້ມລະເບີດໃສ່ແຜ່ນດິນລາວຈຳນວນ 2 ລ້ານໂຕ້ນ ຫຼື ເກືອບເທົ່າກັບຈຳນວນປະຊາກອນໃນເວລານັ້ນທີ່ເປັນຜູ່ຊາຍ, ແມ່ຍິງ ແລະ ເດັກນ້ອຍ ຄົນລະໂຕ້ນ. ສ່ວນໃຫຍ່ຈະເປັນລະເບີດບົ່ມບີ່ເຊິ່ງຈະລະເບີດທັນທີທີ່ຖືກກະທົບ ຫຼື ບໍ່ດົນຫລັງຈາກຖືກກະທົບ, ແຕ່ຄາດວ່າມີປະມານ 30 ເປີເຊັນຍັງບໍ່ທັນແຕກ. ເພາະສະນັ້ນ, ຫຼາຍກວ່າ 40 ປີຫຼັງຈາກສົງຄາມສິ້ນສຸດ, ລະເບີດບໍ່ທັນແຕກຍັງສົ່ງຜົນກະທົບຕໍ່ 15 ແຂວງຈາກຈຳນວນ 18 ແຂວງໃນທົ່ວປະເທດ. ຜົນການສຳຫຼວດຜົນກະທົບຈາກລະເບີດບໍ່ທັນແຕກຕໍ່ເສດຖະກິດ-ສັງຄົມແຫ່ງຊາດ ສົກປີ  1996-97 ພົບວ່າ ຍັງມີລະເບີດບໍ່ທັນແຕກຕົກຄ້າງໃນ 86 ເມືອງ (ຫຼື 25 ເປີເຊັນຈາກຈຳນວນບ້ານທັງໝົດ) ຈາກທັງໝົດ 133 ເມືອງໃນທົ່ວປະເທດ.

ລະເບີດບໍ່ທັນແຕກຍັງຄົງເປັນສິ່ງທ້າທາຍສຳລັບຄວາມກ້າວໜ້າຂອງການພັດທະນາໃນ ສປປ ລາວ. ລະເບີດລູກຫວ່ານປະມານ 80 ລ້ານໜ່ວຍຍັງບໍ່ທັນແຕກ. ລະເບີດບໍ່ທັນແຕກຈຳກັດການເຂົ້າເຖິງການຜະລິດກະສິກຳ ແລະ ທີ່ດິນສຳລັບໂຄງການພັດທະນາຕ່າງໆໄດ້ຢ່າງປອດໄພ ລວມໄປເຖິງການກໍ່ສ້າງພື້ນຖານໂຄງລ່າງດ້ານພະລັງງານ ແລະ ການຂົນສົ່ງ, ໂຮງຮຽນ, ໂຮງໝໍ ແລະ ລະບົບນໍ້າປະປາ ເຊິ່ງຕ້ອງໃຊ້ງົບປະມານສູງກວ່າ ແລະ ມີອັນຕະລາຍ. ຍ້ອນເຫດຜົນນີ້, ສປປ ລາວ ຈຶ່ງສ້າງເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ ເຊິ່ງເອີ້ນວ່າເປົ້າໝາຍທີ 18 ເພື່ອຫຼຸດຜ່ອນຜົນກະທົບຈາກລະເບີດບໍ່ທັນແຕກ ໃນ ສປປ ລາວ.

ນອກຈາກນັ້ນ, ລະເບີດບໍ່ທັນແຕກຍັງເປັນໄພຂົ່ມຂູ່ທີ່ໃຫຍ່ຫຼວງດ້ານມະນຸດສະທຳ. ນັບແຕ່ປີ 1964 ຫາ 2012, ມີການລາຍງານຈຳນວນຜູ່ຖືກບາດເຈັບ ແລະ ເສຍຊີວິດ 50,000 ກວ່າຄົນ, ໝາຍຄວາມວ່າ ໂດຍສະເລ່ຍແລ້ວ ມີ 997 ຄົນຕໍ່ປີທີ່ເສຍຊີວິດ, ບາດເຈັບ ຫລື ພິການຍ້ອນລະເບີດບໍ່ທັນແຕກ. ກຸ່ມຄົນທີ່ຕົກເປັນຜູ່ຖືກເຄາະຮ້າຍແມ່ນກຸ່ມຄົນໄວເຮັດວຽກທີ່ມີອາຍຸແຕ່ 15 ຫາ 35 ປີ. ໃນຫຼາຍໆປີຜ່ານມາ, ການໂຄສະນາສຶກສາຄວາມສ່ຽງ ແລະ ການເກັບກູ້ທີ່ມີປະສິດທິຜົນ ເຮັດໃຫ້ຈຳນວນຜູ່ຖືກບາດເຈັບ ແລະ ເສຍຊີວິດ ຫຼຸດລົງຈາກ 300 ຄົນໃນປີ 2008 ແລະ 119 ຄົນໃນປີ 2010 ມາເປັນ 41 ຄົນໃນປີ 2017.

ຈຳນວນຜູ່ຖືກບາດເຈັບ ແລະ ເສຍຊີວິດ ຈາກລະເບີດບໍ່ທັນແຕກ ສ່ວນໃຫຍ່ແມ່ນເດັກນ້ອຍ. ເດັກນ້ອຍກວມເຖິງ 37 ເປີເຊັນຈາກຈຳນວນຜູ່ຖືກເຄາະຮ້າຍທັງໝົດທີ່ໄດ້ຮັບການລາຍງານ (ເສຍຊີວິດ ແລະ ໄດ້ຮັບບາດເຈັບ) ໃນປີ 2017. 

ເຖິງແມ່ນວ່າຈະມີສິ່ງທ້າທາຍຫຼາຍຢ່າງ, ໃນສອງສາມປີທີ່ຜ່ານມາ ກໍຍັງມີຄວາມສຳເລັດຫຼາຍດ້ານ:  

  • ຈຳນວນຜູ່ຖືກບາດເຈັບ ແລະ ເສຍຊີວິດ ໄດ້ຫຼຸດລົງເຖິງ 85 ເປີເຊັນໃນທົດສະວັດທີ່ຜ່ານມາ. ໃນປະຈຸບັນ, ມີການລາຍງານຜູ່ຖືກບາດເຈັບ ແລະ ເສຍຊີວິດ ຕໍ່າກວ່າ 50 ຄົນໃນແຕ່ລະປີ, ຄາດໝາຍສູ້ຊົນແຫ່ງຊາດແມ່ນໃຫ້ຫຼຸດ 75 ຄົນຕໍ່ປີ ເຊິ່ງຖືວ່າ ລື່ນຄາດໝາຍ.
  • ການປູກຈິກສຳນຶກກ່ຽວກັບຄວາມສ່ຽງຈາກລະເບີດບໍ່ທັນແຕກ ແລະ ອາວຸດເສດເຫຼືອຈາກສົງຄາມ ໄດ້ຮັບການເຊື່ອມສານເຂົ້າຫຼັກສູດການຮຽນ-ການສອນໃນໂຮງຮຽນ.
  • ລັດຖະບານໄດ້ຮັບຮອງເອົາວິທີການໃໝ່ສຳລັບການຄົ້ນຫາ ແລະ ເກັບກູ້ລະເບີດບໍ່ທັນແຕກ ເຊິ່ງຄາດວ່າຈະຊ່ວຍສົ່ງເສີມປະສິດທິຜົນໃນການເກັບກູ້ລະເບີດບໍ່ທັນແຕກ, ນອກຈາກນັ້ນ ຍັງເພີ່ມຈຳນວນທີ່ດິນທີ່ໄດ້ຮັບການເກັບກູ້ລະເບີດບໍ່ທັນແຕກນຳອີກ. ນີ້ນຳໄປສູ່ການສຸມໃສ່ພື້ນທີ່ທີ່ໄດ້ຮັບການຢັ້ງຢືນວ່າມີລະເບີດບໍ່ທັນແຕກຕົກຄ້າງ ເຊິ່ງສະແດງໃຫ້ເຫັນເຖິງການເພີ່ມຈຳນວນການເກັບກູ້ລະເບີດບໍ່ທັນແຕກອອກຈາກພື້ນທີ່ໄດ້ສູງເຖິງ 460 ເປີເຊັນ. ວິທີການນີ້ແມ່ນວິທີການທີ່ເນັ້ນໃສ່ເພື່ອຜົນໄດ້ຮັບສູງຂຶ້ນ ແລະ ການລາຍງານໃນອະນາຄົດຈະສະທ້ອນໃຫ້ເຫັນຈຸດສຸມນີ້.  
  • ການເກັບກຳ ແລະ ການວິເຄາະຂໍ້ມູນ ເປັນອົງປະກອບທີ່ສຳຄັນໃນການໃຫ້ການຊ່ວຍເຫຼືອຜູ່ຖືກເຄາະຮ້າຍ. ລະບົບຕິດຕາມຜູ່ລອດຊີວິດຈາກລະເບີດບໍ່ທັນແຕກໄດ້ຖືກສ້າງຂຶ້ນ ເຊິ່ງເປັນບາດກ້າວທີ່ສຳຄັນຕໍ່ກັບການຮັບປະກັນສິດຂອງຜູ່ລອດຊີວິດຈາກລະເບີດບໍ່ທັນແຕກ ເພື່ອໃຫ້ສອດຄ່ອງກັບຍຸດທະສາດແຫ່ງຊາດຂອງ ສປປ ລາວ ນັ້ນກໍຄື ເປົ້າໝາຍສະຫັດສະຫວັດເພື່ອການພັດທະນາ ທີ 9 ແລະ ມາດຕາ 5 ຂອງສົນທິສັນຍາວ່າດ້ວຍການເກືອກຫ້າມລະເບີດລູກຫວ່ານ.  
  • ການສົ່ງຕໍ່ໜ້າວຽກກ່ຽວກັບລະເບີດບໍ່ທັນແຕກໃຫ້ແກ່ຂະແໜງການກ່ຽວຂ້ອງລະດັບຊາດເຫັນວ່າມີຄວາມຄືບໜ້າ. ເນື່ອງຈາກມີຄວາມກ້າວໜ້າໃນການປະຕິບັດວຽກງານລະເບີດບໍ່ທັນແຕກ, ການປະເມີນຜົນຢ່າງເປັນປົກກະຕິ ແລະ ການດັດແກ້ໃຫ້ເຂົ້າກັບຍຸດທະສາດ ຈິ່ງມີຄວາມຈຳເປັນເພື່ອຮັບປະກັນຜົນໄດ້ຮັບແບບຍືນຍົງ. ການປະເມີນຂີດຄວາມສາມາດຂອງອົງການກ່ຽວຂ້ອງລະດັບຊາດ ແລະ ອົງການສະຫະປະຊາຊາດ ໄດ້ຖືກຈັດຂຶ້ນໃນປີ 2014 ແລະ ແຜນຍຸດທະສາດໄລຍະກາງ ແລະ ໄລຍະຍາວ ກໍໄດ້ຖືກຮັບຮອງເອົາໂດຍສອງອົງການ.  

ການຫຼຸດຜ່ອນຜົນກະທົບຂອງລະເບີດບໍ່ທັນແຕກ ແມ່ນເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ ຂອງ ສປປ ລາວ. ໂດຍການສ້າງຕັ້ງເປົ້າໝາຍການພັດທະນາແບບຍືນຍົງ ທີ 18 ເຊິ່ງເປັນພາກສ່ວນໜຶ່ງຂອງວາລະສາກົນ ເພື່ອການພັດທະນາແບບຍືນຍົງປີ 2030, ສປປ ລາວ ມີຄວາມຮັບຜິດຊອບໃນການຊຸກຍູ້ການຫຼຸດຜ່ອນຜົນກະທົບຂອງລະເບີດບໍ່ທັນແຕກ ແລະ ປະກອບສ່ວນບັນລຸເປົ້າໝາຍອື່ນໆໃນເວລາດຽວກັນ, ຕົວຢ່າງ ເປົ້າໝາຍທີ 1, ລຶບລ້າງຄວາມທຸກຍາກ. ວິທີການຈັດຕັ້ງປະຕິບັດແບບປະສົມປະສານ ແມ່ນມີຄວາມສຳຄັນສຳລັບຄວາມຄືບໜ້າຂອງຫຼາຍເປົ້າໝາຍ. ຕິດຕາມເພີ່ມຕື່ມກ່ຽວກັບເປົ້າໝາຍທີ 18 ແລະ ຄາດຄະເນຜົນໄດ້ຮັບ.

Lao PDR then & now

Laos CountryStory

The Global Partnership for Effective Development Cooperation commends Lao PDR’s partnership mechanisms for more effective development co-operation.

Look at our photo stories

Exposure screenshot resized

Read our new brochure