ຄວາມຄິດຂອງຜູ້ຂ້າຕໍ່ກັບວັນດິນບໍລິເວນນໍ້າໂລກ

 

english button

ທີ່ນະຄອນຫຼວງວຽງຈັນ, 1 ກຸມພາ 2017

ວັນທີ 2 ກຸມພາຂອງທຸກໆປີ ແມ່ນ ວັນດິນບໍລິເວນນໍ້າໂລກ. ວັນດັ່ງກ່າວເປັນວັນລະນຶກເຖິງການລົງນາມຮັບຮອງເອົາສົນທິສັນຍາຣາມຊາວ່າດ້ວຍດິນບໍລິເວນນໍ້າ ໃນວັນທີ 2 ກຸມພາ 1971. ຕັ້ງແຕ່ປີ 1997 ເປັນຕົ້ນມາຂອງທຸກໆປີ, ອົງການຈັດຕັ້ງຂອງລັດຖະບານ ແລະ ຊຸມຊົນ ໄດ້ດຳເນີນການປູກຈິດສຳນຶກໃຫ້ແກ່ປະຊາຊົນກ່ຽວກັບຄຸນຄ່າ ແລະ ຜົນປະໂຫຍດຂອງດິນບໍລິເວນນໍ້າ ໃນວັນດັ່ງກ່າວ. ສົນທິສັນຍາຣາມຊາ ຖືກຕັ້ງຊື່ຕາມຊື່ເມືອງຂອງປະເທດອິຣ່ານ ເຊິ່ງເປັນເມືອງທີ່ສົນທິສັນຍາດັ່ງກ່າວໄດ້ຮັບການລົງນາມ.  

 

Xavier Bouan FAO wetland in Beung Kiat Nong Champassak

ປະຊາຊົນຢູ່ເຂດດິນບໍລິເວນນໍ້າ ບຶງຂຽດໂງ້ງ, ແຂວງຈຳປາສັກ. ຮູບພາບ: FAO Lao PDR/Xavier Bouan

ຄົນລຸ້ນພໍ່ມັກເລົ່າສູ່ຟັງວ່າ ເມື່ອຂີ່ຊ້າງຜ່າບຶງຂ້ຽດໂງ້ງ ຫຼື ບຶງພະໂພ, ອອນຊອນແຕ່ເຫັນເຕົ່າກົນໝົ້ມອອກແຕ່ປ່າຜືມາຫາແລວທີ່ຊ້າງຜ່ານ. ຫວ່າງບໍ່ດົນມານີ້, ທ່ານ ສຸກກະເສີມ ໂພທິສານ ແລະ ທ່ານ ກິແດງ ທໍາມະວົງ, ທັງສອງທ່ານນີ້ແມ່ນອາດີດຮອງເຈົ້າແຂວງໆສະຫວັນນະເຂດ, ກໍ່ໄດ້ເລົ່າສູ່ຟັງວ່າຢູ່ເຂດບໍລິເວນ ນໍ້າຂັງເຊຈໍາພອນ ຍັງມີສັດນໍ້າ, ສັດເລືອຄານ ແລະ ສັດເຄິ່ງບົກເຄຶ່ງນໍ້າຢູ່ຫຼາຍຊະໜິດ. ໃນບັນດາສັດນໍ້າກໍ່ມີ ປາທຸກຊະໜິດທີ່ມັກນໍ້າເວີນແລະດິນຕົມເຊັ່ນ: ປາດຸກ, ປາຄໍ່, ປາປົກ, ປາຂາວ, ປາກະເດີດ, ປາຊິວ, ປາເຊືອມ, ປາກະແຍງ, ປາຕອງ, ປາສູດ. ນອກຈາກປາແລ້ວກໍ່ຍັງມີ ປາຝາອອງ, ອ່ຽນ, ກະປູ, ກຸ້ງ, ຫອຍ, ກີ້, ກ້ວງ ແລະ ແມງປະເພດຕ່າງໆ ເຊັ່ນແມງດາ, ແມງເກັດເຕົ່າ, ແມງອີດ, ແມງລະງໍ້າ...ໃນບັນດາສັດເລືອຄານ ກໍ່ມີ ແຂ້ນໍ້າຈືດ, ເຫ້ຍ, ແລນ, ເຕົ່າທຸກຊະໜິດ, ກະທ້າງແລະງູ. ໃນຈໍາພວກສັດເຄີ່ງບົກເຄິ່ງນໍ້າ ກໍ່ມີ ກົບ, ຂຽດທຸກຊະໜິດ ແລະ ອື່ງ. ທ່ານ ອາດີດຮອງເຈົ້າແຂວງທັງສອງທ່ານຍັງເວົ້້າຕື່ມອີກວ່າ ນອກຈາກຝູງສັດທີ່ກ່າວມາແລ້ວນັ້ນຍັງມີຝູງລີງອີກຢ່າງຫຼວງຫຼາຍທີ່ອາໄສຢູ່ຕາມຕົ້ນໄມ້ລຽບແຄມນໍ້າ.
ດັ່ງນັ້ນ, ຜູ້ຂ້າຈຶ່ງມີຄວາມພາກພູມໃຈຫຼາຍທີ່ສຸດເມື່ອຮູ້ວ່າ ປະເທດລາວຂອງພວກເຮົາໄດ້ເຂົ້າເປັນພາຄີປະເທດທີ 160 ຂອງສົນທິສັນຍາດັ່ງກ່າວຕັ້ງແຕ່ເດືອນກັນຍາປີ 2010 ເປັນຕົ້ນມາ, ໃນປະຈຸບັນມີພາຄີທັງໝົດ 169 ປະເທດ. ຄວາມພາກພູມໃຈຂອງຜູ້ຂ້າໄດ້ທະວີຄູນຂຶ້ນຫຼາຍເທົ້າຕົວເມື່ອຮູ້ໃນອາທິດທີ່ຜ່ານມານີ້ວ່າ ກະຊວງຊັບພະຍາກອນທໍາມະຊາຍແລະສິ່ງແວດລ້ອມຈະຮ່ວມກັບອົງການອາຫານແລະການກະເສດຂອງສະຫະປະຊາຊາດ ສ້າງໂຄງການຊ່ວຍເຫຼືອຊຸມຊົນທີ່ຢູ່ໃນ ສອງເຂດເຂດດິນບໍລິເວນນໍ້າຂັງທີ່ ສໍາຄັນຂອງ ສປປລາວ ຄື: ເຂດເຊຈໍາພອນ ແຂວງ ສະຫວັນນະເຂດ ແລະເຂດຂຽດໂງ້ງ ແຂວງຈໍາປາສັກ, ໃຫ້ສາມາດປັບຕົວເຂົ້າກັບຜົນກະທົບຈາກສະພາບການປ່ຽນແປ່ງຂອງພູມອາກາດ ແລະ ເພື່ອປະກອບສ່ວນສ້າງເຄື່ອງມືການທໍາມາຫາກິນທີ່ໝັ້ນຄົງໃຫ້ເຂົາເຈົ້າດ້ວຍຮູບການຟື້ນຟູ ແລະ ບໍລິຫານແບບຍືນຍົງ ທັງ 2 ເຂດ ດັ່ງກ່າວທີ່ມີຄວາມສໍາຄັນລະດັບໂລກສໍາລັບ ສົນທິສັນຍາຣາມຊາ.
ຜູ້ຂ້າຫວັງຢ່າງຍິ່ງວ່າໂຄງການໃນສອງເຂດດັ່ງກ່າວຈະສ້າງເງື່ອນໄຂໃຫ້ຄົນລຸ້ຫຼັງໄດ້ສໍາພັດກັບຄວາມເລົ່າຂານຂອງຄົນລຸຸ້ນພໍ່ຂອງຜູ້ຂ້າແລະຂອງທ່ານອາດີດຮອງເຈົ້າແຂວງທີ່ທັງສອງ. ຄວາມມຸ້ງຫວັງທີ່ກວ້າງໄກກວ່ານັ້ນກໍ່ຄືຢາກເຫັນການນໍາເອົາຜົນສໍາເລັດຈາກໂຄງການໃນສອງເຂດທົດລອງນີ້ຜັນຂະຫຽາຍໄປເຖິງ ເຂດດິນບໍລິເວນນໍ້າຂັງທັງໝົດຢູ່ປະເທດລາວຂອງພວກເຮົາ.
ທັງນັ້ນກໍ່ເພາະວ່າເຂດດິນບໍລິເວນນໍ້າຂັງມີຄວາມສໍາຄັນຫຼາຍຕໍ່ລະບົບນີເວດ, ຕໍ່ເສດຖະກິດແລະຕໍ່ປະເພນີການດໍາຊີວິດຂອງຊາວລາວເຮົາ. ເພ່ື່ອບໍ່ເປັນການຍຶດຍາວໂພດ, ຜູ້ຂ້າຈະຂໍຍົກແຕ່ ຄວາມສໍາຄັນຕໍ່ຝຸງສັດນໍ້າໃນໄຮ່ນາແລະຫ້ວຍຮ່ອງ ແລະຄວາມສໍາຄັນຕໍ່່ລະບົບອຸທົກກະສາດ. ເຂດດິນບໍລິເວນນໍ້າຂັງມີຄວາມສໍາຄັນຕໍ່ຝຸງສັດນໍ້າໃນໄຮ່ນາແລະຫ້ວຍຮ່ອງ ກໍ່ເພາະວ່າເມື່ອຮອດທ້າຍລະດູຝົນໂດຍແມ່ນບຸນຫໍ່ເຂົ້າສະຫຼາກເປັນນິມິດໝາຍ, ຝູງປາແລະສັດນໍ້າອື່ນໆທີ່ຢູ່ຕາມໄຮ່ນາ, ຕາມບວກຕາມໜອງແລະຮ່ອງຫ້ວຍໄດ້ຕ່າວມາຫາບຶງແລະໜອງທີ່ມີນໍ້າຂັງຕະຫຼອດລະດູແລ້ງເພື່ອເປັນບ່ອນອາໄສແລະລີ້ຊ່ອນ. ເມື່ອຮອດລະດູຝົນ, ມີນໍ້າໃນໄຮ່ນາ ແລະ ຕາມບວກຕາມໜອງ, ຝູງປາແລະສັດນໍ້າເຫຼົ່ານັ້ນກໍ່ກະຈ່າຍກັນຈາກເຂດດິນບໍລິເວນນໍ້າຂັງໄປສູ່ໄຮ່ນາ, ບວກ, ໜອງແລະຮ່ອງຫ້ວຍ. ສໍາລັບຄວາມສໍາຄັນຕໍ່ລະບົບອຸທົກກະສາດກໍ່ຄືວ່າໃນລະດູຝົນ ເຂດດິນບໍລິເວນນໍ້າຂັງເປັນບ່ອນພັກນໍ້າເພື່ອບໍ່ໃຫ້ນໍ້າໄຫຼໄປສູ່ແມ່ນໍ້າໃຫຍ່ແບບກະທັນຫັນ ໂດຍທໍາລາຍທຸກຢ່າງທີ່ຂີດຂວາມທາງເດີນຂອງມັນ. ເມື່ອຕົກເຖິງລະດູແລ້ງ ເຂດດິນບໍລິເວນນໍ້າຂັງກໍ່ມີນໍ້າເພື່ອບໍາລຸງຮັກສາລະບົບນິເວດໃນເຂດນັ້ນ.
ທັງໝົດທີ່ກ່າວມານີ້ເປັນພຽງສ່ວນໜຶ່ງຂອງຄວາມສໍາຄັນຂອງເຂດດິນບໍລິເວນນໍ້າຂັງ, ດັ່ງນັ້ນຜູ້ຂ້າຈຶ່ງຂໍຊົມ ເຊີຍລັດຖະບານທີ່ເຂົ້າເປັນພາຄີຂອງສົນທິສັນຍາໃນປີ 2010 ແລະ ກະຊວງຊັບພະຍາກອນທໍາມະຊາຍແລະສິ່ງແວດລ້ອມ ແລະ ອົງການອາຫານແລະການກະເສດທີ່ມີທິດສ້າງໂຄງການຊວ່ຍເຫຼືອຊຸມຊົນທີ່ໄດ້ປົກປັກຮັກສາແລະທີ່ເອົາການດໍາລົງຊີວິດຕິດພັນກັບເຂດດິນບໍລິເວນນໍ້າຂັງ ຫຼື ດິນທາມ ແລະ ບຶງ (wetland) ທັງສອງເຂດຄື: ເຂດເຊຈໍາພອນ ເເລະ ເຂດຂຽດໂງ້ງ ຢ່າງສຸດອົກສຸດໃຈ.

ບົດຄວາມນີ້ຂຽນໂດຍທ່ານ ທ່ານ ປອ. ສີສະຫຼຽວ ສະແຫວງສຶກສາ, ປະທານສະມາຄົມສົ່ງເສີມການພັດທະນາສັງຄົມຊາວຊົນນະບົດ ແລະ ຜະລິດຕະພັນຊາວນາລາວ. ທ່ານຈົບການສຶກສາປະລິນຍາເອກດ້ານພູມສາດ ແລະ ເຄີຍເປັນສະມາຊິກສະພາແຫ່ງຊາດ ສະໄໝທີ 7 (2011-2016).

ສຳລັບຂໍ້ມູນເພີ່ມຕື່ມ, ຕິດຕໍ່:

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ຄອນສະຫວັນ ຫຼວງຣາດ
ຜູ້ປະສານງານໂຄງການລະດັບຊາດ
ໂຄງການປັບຕົວຕໍ່ກັບການປ່ຽນແປງດິນຟ້າອາກາດໃນດິນບໍລິເວນນໍ້າ
ມືຖື: +856 20 22231200
ຫ້ອງການ: +856 21 219354
ອີ-ເມວ: This email address is being protected from spambots. You need JavaScript enabled to view it.

ອົງການອາຫານ ແລະ ການກະເສດແຫ່ງ ສປຊ
ຊາເວຍ ບູນ
ທີ່ປຶກສາດ້ານວິຊາການ, ໂຄງການປັບຕົວຕໍ່ກັບການປ່ຽນແປງດິນຟ້າອາກາດໃນດິນບໍລິເວນນໍ້າ
ມືຖື: +856 20 22235604
ຫ້ອງການ: +856 21 413205
ອີເມວ: This email address is being protected from spambots. You need JavaScript enabled to view it.

ອົງການອະນຸລັກທຳມະຊາດສາກົນ
ຫ້ອງການປະຈຳ ສປປ ລາວ
ພຸດສາຄອນ ອຸ່ນຈິດ
ຫົວໜ້າຫ້ອງການ
ຫ້ອງການ: +856 21 417455
ອີ-ເມວ: This email address is being protected from spambots. You need JavaScript enabled to view it.

Sustainable Development Goals

E SDG Poster Tabloid

Look at our Exposure photo stories

Exposure screenshot

Watch the new film by UN in Lao PDR, 'This is Development'

SDG film thumbs

60 years of Lao - UN partnership

Promo shot 1