ດິນບໍລິເວນນໍ້າ ແລະ ຫຼຽນສອງດ້ານຂອງການພັດທະນາຕົວເມືອງ

english button

ທີ່ນະຄອນຫຼວງວຽງຈັນ02 ກຸມພາ 2018 

ບາງຄັ້ງ ການສະແຫວງຫາຄວາມຈະເລີນເຕີບໂຕ ແລະ ຜົນສໍາເລັດຂອງການພັດທະນາໃນຕົວເມືອງຕ່າງໆ ກໍ່ສາມາດສ້າງຜົນກະທົບຕໍ່ພື້ນຖານສໍາຄັນຂອງຕົວເມືອງໄດ້ເຊັ່ນກັນ. ດັ່ງກໍລະນີຂອງນະຄອນຫຼວງວຽງຈັນ,​ ເຫັນໄດ້ວ່າຕົວເມືອງກໍາລັງມີການພັດທະນາ ແລະ ຂະຫຍາຍຕົວ ເຊິ່ງສາມາດເຫັນໄດ້ຕາມຖະໜົນຫົນທາງເຊັ່ນ: ຮ້ານກາເຟເປີດໃໝ່ໃນຮູບຊົງທີ່ທັນສະໄໝ ແລະ ເປີດໃຫ້ບໍລິການທຸກໆອາທິດ, ເຂດກໍ່ສ້າງຕຶກອາຄານ ແລະ ຄອນໂດ, ແລະ ການປັບປ່ຽນມາດຖານການດໍາລົງຊີບໃນຕົວເມືອງທີ່ມີລັກສະນະຫຼູຫຼາຫຼາຍຂຶ້ນ. 

ເຊິ່ງນີ້ແມ່ນຕົວຢ່າງຂອງການຈະເລີນເຕີບໂຕ ແລະ ປະຈຸບັນການພັດທະນາໃນຮູບແບບນີ້ກໍ່ໄດ້ກວມໄປຍັງພື້ນທີ່ນອກຕົວເມືອງ, ແລະ ກຸ່ມຄົນຊັ້ນກາງທີ່ມີລາຍຮັບປະມານໜຶ່ງ. ປັດຈຸບັນ ກໍ່ມີບາງປະກົດການດ້ານລົບ ທີ່ເກີດຈາກການຈະເລີນເຕີບໂຕຂອງຕົວເມືອງ ອອກມາໃຫ້ເຫັນເຊັ່ນ: ລົດຕິດເປັນສາຍຍາວ, ແລະ ການທໍາລາຍປ່າໄມ້. ເຖິງວ່ານະຄອນຫຼວງວຽງຈັນ ຈະບໍ່ແມ່ນຕົວເມືອງທີີ່ມີປະຊາກອນໜາແໜ້ນ ຄືກັນກັບຕົວເມືອງອື່ນໆໃນປະເທດໃກ້ຄຽງ: ບາງກອກ ແລະ ຮ່າໂນ້ຍ;​ ໃນທາງທິດສະດີ,​ ມັນຍັງມີຊ່ອງທາງສໍາລັບການວາງແຜນ ເພື່ອນໍາເອົາວິໄສທັດຂອງຕົວເມືອງທັນສະໄໝ ແລະ ມີລະບົບການຈັດການທີ່ດີ ເຂົ້າໃນການພັດທະນາຕົວເມືອງ ໃຫ້ເປັນບ່ອນທີ່ປະຊາກອນສາມາດເຂົ້າເຖິງການບໍລິການຂັ້ນພື້ນຖານຕ່າງໆ ພ້ອມທັງ ແບ່ງປັນຜົນປະໂຫຍດ ແລະ ຄວາມຮັບຜິດຊອບທີ່ເກີດຈາກການຈະເລີນເຕີບໂຕຂອງເສດຖະກິດໃນຕົວເມືອງ.  ຫຼື ນະຄອນຫຼວງວຽງຈັນອາດຈະສືບຕໍ່ ຕາມແນວທາງທີ່ຕັ້ງໄວ້ ຄື: ສຸມໃສ່ການພັດທະນາໂຄງລ່າງພື້ນຖານ ເພື່ອດຶງດູດການລົງທຶນຈາກຕ່າງປະເທດ. ເຊິ່ງລະບົບການວາງແຜນໃນຮູບແບບນີ້ ແມ່ນມີລັກສະນະຕົກຢູ່ທ່າຮັບຫຼາຍກວ່າ ພ້ອມນັ້ນມັນຍັງເປັນຄວາມສ່ຽງເຮັດໃຫ້ຕ້ອງມີການແກ້ໄຂແບບຜັງເມືອງ ແລະ ກອບຂໍ້ກໍານົດຕ່າງໆ ໃນຂະນະທີ່ການພັດທະນາຕົວເມືອງຍັງຕ້ອງສືບຕໍ່ຢ່າງຮີບດ່ວນໂດຍບໍ່ມີການຄໍານຶງເຖິງວິທີການຄຸ້ມຄອງໃດໆ.  

ບາງຄັ້ງຄວາມຕ້ອງການໃນການພັດທະນາຕົວເມືອງ ກໍ່ບໍ່ມີຄວາມຊັດເຈນພຽງພໍຕໍ່ປະຊາຊົນ. ການເຮັດວຽກກ່ຽວກັບການຄຸ້ມຄອງບໍລິຫານນໍ້າ ແມ່ນສິ່ງທີ່ສໍາຄັນ ແລະ ທ້າທາຍທີ່ສຸດສຳລັບເຂດນະຄອນຫຼວງວຽງຈັນ. ພວກເຮົາຈະສາມາດຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນໃນເຂດຕົວເມືອງທີ່ມີການເພີ່ມຂຶ້ນຂອງຈໍານວນປະຊາກອນ ຫຼື ໂຮງຈັກໂຮງງານທີ່ສາມາດສົ່ງເສີມການຈະເລີນເຕີບໂຕທາງດ້ານເສດຖະກິດຂອງຕົວເມືອງ ໄດ້ຄືແນວໃດ? ຍິ່ງໄປກວ່ານັ້ນ, ພວກເຮົາຈະມີວິທີຈັດການກັບນໍ້າເປື້ອນທີ່ປ່ອຍຈາກໂຮງຈັກໂຮງງານໄດ້ຄືແນວໃດ? ໃນປັດຈຸບັນ, ບ້ານເຮົາຍັງບໍ່ທັນມີລະບົບທໍ່ແຍກນໍ້າເສຍ ຫຼື ສິ່ງບໍາບັດນໍ້າເສຍຈາກບ້ານເຮືອນປະຊາຊົນ, ເຊິ່ງນໍ້າທີ່ໃຊ້ແລ້ວມັກຈະຖືກປ່ອຍລົງໃນແຫຼ່ງນໍ້າທໍາມະຊາດ ຜ່ານລະບົບຄອງ ຫຼື ຮ່ອງນໍ້າ. ຜົນຂອງການທົດລອງຊີ້ໃຫ້ເຫັນວ່າ ລະດັບມົນລະພິດຈາກນໍ້າໃຊ້ແລະສິ່ງເສດເຫຼືອທີ່ໄຫຼລົງສູ່ແຫຼ່ງນໍ້າທໍາມະຊາດແມ່ນບໍ່ສູງຫຼາຍ, ແຕ່ພວກເຮົາຈະສາມາດຮັບປະກັນໄດ້ແນວໃດວ່າມັນຈະບໍ່ມີການປ່ຽນແປງ? ລະບົບນິເວດອຸທົກກະສາດທໍາມະຊາດໃນເຂດນະຄອນຫຼວງວຽງຈັນ ສາມາດຊ່ວຍບໍາບັດນໍ້າເສຍ ດ້ວຍດິນບໍລິເວນນໍ້າທີ່ຢູ່ອ້ອມຮອບແມ່ນໍ້າຂອງ ແລະ ຊ່ວຍຈັດການກັບສິ່ງເສດເຫຼືອທີ່ເກີດຈາກກິດຈະກໍາຂອງມະນຸດ. ໃນຈຸດນີ້ ພວກເຮົາໄດ້ກ້າວມາຮອດຫຼຽນສອງດ້ານຂອງການພັດທະນາ. ເຖິງວ່າພວກເຮົາຈະຕ້ອງການໃຫ້ລະບົບນິເວດທໍາມະຊາດຊ່ວຍແກ້ໄຂຜົນກະທົບຈາກການກະທໍາຂອງມະນຸດ ແຕ່ລະບົບນິເວດເຫຼົ່ານີ້ກໍາລັງຖືກຄຸກຄາມ. ໃນຂະນະທີ່ ນະຄອນຫຼວງວຽງຈັນມີການຂະຫຍາຍຕົວ ດິນບໍລິເວນນໍ້າທີ່ເປັນສິ່ງພື້ນຖານຂອງຕົວເມືອງ ພັດຖືກປ່ຽນສະພາບກາຍເປັນພື້ນທີ່ກໍ່ສ້າງອາຄານໃນເວລາອັນສັ້ນ ແລະ ໄວວາເກີນກວ່າທີ່ເຮົາຈະສາມາດປະເມີນຜົນທີ່ຈະຕາມມາ. ແລະທີ່ໂດດເດັ່ນທີ່ສຸດກໍ່ຄືກໍລະນີຂອງບຶງທາດຫຼວງ ໃນເຂດນະຄອນຫຼວງວຽງຈັນ.​ ບຶງທາດຫຼວງທີ່ມີຂະໜາດ 2000 ຮຕ. (4940 ເອເຄີ) ແມ່ນມີປະຫວັດອັນຍາວນານໃນການປົກປ້ອງຕົວເມືອງວຽງຈັນຈາກເຫດການນໍ້າຖ້ວມ,​ ເປັນແຫຼ່ງທໍາມາຫາກິນຂອງປະຊາຊົນ ໂດຍສະເພາະແມ່ນຊາວປະມົງ, ແຫຼ່ງປູກປູກເຂົ້າ ແລະ ພືດຜັກ.​ ເຖິງວ່າຈະມີບົດວິໄຈຢັ້ງຢືນເຖິງຄຸນຄ່າທີ່ສໍາຄັນຂອງບຶງທາດຫຼວງໃນການສະໜອງການບໍລິການທາງນິເວດ ແກ່ຊຸມຊົນທ້ອງຖິ່ນ ແລະ ຕົວເມືອງທັງໝົດໂດຍລວມກໍ່ຕາມ, ແຕ່ພື້ນທີ່ດັ່ງກ່າວກໍ່ຖືກໍານົດໃຫ້ເປັນເຂດພັດທະນາເສດຖະກິດພິເສດ ພາຍໃຕ້ການລົງທຶນຈາກຈີນ ເຊິ່ງເຫັນໄດ້ຈາກການກໍ່ສ້າງທີ່ກໍາລັງດຳເນີນໃນພື້ນທີ່ດັ່ງກ່າວ ເຊັ່ນ:​ ໂຄງລ່າງພືິ້ນຖານ, ສິ່ງອໍານວຍຄວາມສະດວກ, ຫ້າງຮ້ານ, ໂຮງແຮມ ແລະ ບ່ອນຢູ່ອາໄສ. ໃນອະນາຄົດ ນໍ້າຝົນ ແລະ ນໍ້າເສດເຫຼືອຈາກແຫຼ່ງຕ່າງໆຈະໄຫຼໄປທາງໃດ ໂດຍສະເພາະໃນຊ່ວງລະດູຝົນ? ຖ້າບໍ່ມີລະບົບທໍ່ສົ່ງນໍ້າເສຍ ມັນຈະເກີດຫຍັງຂຶ້ນ? ໃນຂະນະທີ່ພວກເຮົາກໍາລັງແລ່ນຕາມຄວາມຝັນ ແລະ ຜົນສໍາເລັດທາງເສດຖະກິດຂອງຕົວເມືອງ ພວກເຮົາຄວນຈະຫັນຫຼັງໃຫ້ກັບສິ່ງທີ່ຊ່ວຍໃຫ້ພວກເຮົາສາມາດຈັດການກັບຜົນກະທົບດ້ານລົບທີ່ຕາມມາຫຼືບໍ່? ເຊິ່ງກໍລະນີຂອງດິນບໍລິເວນນໍ້າໃນເຂດນະຄອນຫຼວງວຽງຈັນ ບອກໃຫ້ເຮົາຮູ້ວ່າ ບໍ່ສາມາດເຮັດໄດ້.

ໂດຍ: ທ່ານ Daniel Hayward


ການສະເຫຼີມສະຫຼອງວັນດິນບໍລິເວນນໍ້າໂລກ ແມ່ນຖືກຈັດຂຶ້ນທຸກໆປີຂອງວັນທີ 02 ກຸມພາ. ໃນປີນີ້, ຄໍາຂວັນຂອງວັນດິນບໍລິເວນນໍ້າໂລກແມ່ນ: ດິນບໍລິເວນນໍ້າ ເພື່ອອະນາຄົດຕົວເມືອງທີ່ຍືນຍົງ. ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ແຫ່ງ ສປປ ລາວ ໄດ້ມີການຈັດຕັ້ງປະຕິບັດໂຄງການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດໃນ 2 ເຂດດິນບໍລິເວນນໍ້າ ຂອງ ສປປ ລາວ ນັບແຕ່ປີ 2016 ພາຍໃຕ້ການສະໜັບສະໜຸນດ້ານວິຊາການຈາກ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ແລະ ສະໜັບສະໜຸນດ້ານງົບປະມານໂດຍ ກອງທຶນສິ່ງແວດລ້ອມໂລກ (GEF). ເຖິງວ່າພື້ນທີ່ເປົ້າໝາຍຂອງໂຄງການຈະນອນຢູ່ໃນເຂດຊົນນະບົດ ຄື: ດິນບໍລິເວນນໍ້າ ເຊຈໍາພອນ ເມືອງຈຳພອນ ແຂວງສະຫວັນນະເຂດ, ແລະ ດິນບໍລິເວນນໍ້າ ບຶງກຽດໂງ້ງ ເມືອງປະທຸມພອນ ແຂວງຈໍາປາສັກ. ຄາດວ່າບົດຮຽນທີ່ຖອດຖອນໄດ້ຈາກໂຄງການ ຈະສາມາດສະໜອງໄດ້ຄວາມຕ້ອງການຂອງ ກຊສ ໃນການບັນລຸເປົ້າ ໝາຍການຄຸ້ມຄອງດິນບໍລິເວນນໍ້າ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນໃນ ສປປ ລາວ. 

ເພື່ອໃຫ້ບັນລຸໄດ້ຕາມຄໍາຂວັນໃນປີນີ້, ທ່ານ Daniel Hayward ເຊິ່ງເປັນຊ່ຽວຊານດ້ານການພັດທະນາຕົວເມືອງ ໄດ້ໃຫ້ທັດສະນະກ່ຽວກັບສະພາບ ແລະ ສິ່ງທ້າທາຍຕ່າງໆໃນການອະນລັກພື້ນທີ່ດິນບໍລິເວນນໍ້າໃນເຂດນະຄອນຫຼວງວຽງຈັນ ດັ່ງນີ້.

Sustainable Development Goals

SDG film Dee lead pic

Follow the conversation

Look at our photo stories

Exposure screenshot resized

Read our new brochure